ສປ ຈີນ-ອົດສະຕຣາລີ ພ້ອມຟື້ນຟູການແລກປ່ຽນໃນຫຼາຍດ້ານ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 7 ກັນຍາ ນີ້, ທ່ານ ລີ ສຽງ (Li Qiang), ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ແອນໂທ
ນີອັລບາເນຊີ (Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ, ເຊິ່ງສອງຝ່າຍເຫັນພ້ອມຈະເຮັດວຽກຮ່ວມກັນໃນການຟື້ນຟູການແລກ
ປ່ຽນໃນຫຼາຍດ້ານຂອງສອງຝ່າຍ.
ນາຍົກສອງທ່ານໄດ້ພົບປະກັນນອກຂອບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ, ເພື່ອເພີ່ມທະວີການພົວພັນທີ່ໝັ້ນຄົງ ແລະ
ມີສະຖຽນລະພາບ, ຈະນຳຜົນປະໂຫຍດໃຫ້ກັບປະຊາຊົນທັງສອງປະເທດຫຼາຍຂຶ້ນກວ່າເກົ່າ. ຂະນະທີ່ ທ່ານ ແອນໂທນີ ອັລບາເນຊີ ຈະເດີນທາງຢ້ຽມ
ຢາມ ສປ ຈີນ ຢ່າງເປັນທາງການຕາມຄຳເຊີນຂອງ ທ່ານ ລີສຽງ ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023